ນາຍົກລັດຖະມົນຕີ ສປ ຈີນ ສົ່ງສານຊົມເຊີຍນາຍົກລັດຖະມົນຕີຝຣັ່ງ ຄົນໃໝ່
ສຳນັກຂ່າວຊີນຮວາ ລາຍງານວັນທີ 16 ມັງກອນ ນີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີ ສປ ຈີນ ໄດ້ສົ່ງສານໄປຍັງ ທ່ານ ກາບຣິ
ເອວ ອັດທາວ ເພື່ອຊົມເຊີຍທ່ານທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຝຣັ່ງ ຄົນໃໝ່.
ທ່ານ ຫຼີສຽງ ກ່າວວ່າ: ສປ ຈີນ ແລະ ຝຣັ່ງ ແມ່ນສະມາຊິກຖາວອນຂອງສະພາຄວາມໝັ້ນ ຄົງອົງການສະຫະປະຊາຊາດ ແລະ
ແມ່ນປະເທດໃຫຍ່ທີ່ມີມູນ ເຊື້ອທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ. ໃນຊຸມປີຜ່ານມານີ້, ພາຍໃຕ້ການຊີ້ນຳນຳພາດ້ານ ຍຸດທະ
ສາດຂອງປະມຸກລັດສອງປະເທດ, ການພົວພັນ ສປ ຈີນ-ຝຣັ່ງ ໄດ້ກ້າວໄປຂ້າງໜ້າຢ່າງໜັກແໜ້ນ ເຊິ່ງໄດ້ສ້າງຄວາມໝັ້ນຄົງອັນລ້ຳຄ່າ
ໃຫ້ແກ່ໂລກທີ່ສັບສົນວຸ້ນວາຍ. ປີນີ້ແມ່ນປີທີ່ ຈີນ-ຝຣັ່ງ ສ້າງສາຍພົວພັນທາງການທູດ ຄົບຮອບ 60 ປີ, ການພົວພັນລະຫວ່າງສອງ
ປະເທດໄດ້ກ້າວໄປສູ່ຂະບວນການອັນໃໝ່ແຫ່ງການສືບທອດອະດີດ ແລະ ສືບຕໍ່ກ້າວໄປສູ່ອະນາຄົດ.
ຂ້າພະເຈົ້າຍິນດີຮ່ວມກັບທ່ານ ເພື່ອເພີ່ມພະລັງຊີວິດອັນໃໝ່ເຂົ້າໃນການລົງເລິກການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງ
ປະເທດໃນຂົງເຂດຕ່າງໆ, ປະກອບສ່ວນອັນໃໝ່ເຂົ້າໃນການສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ສປ ຈີນ-ຝຣັ່ງ ທີ່ໝັ້ນຄົງ,
ຕ່າງຝ່າຍຕ່າງມີຜົນປະໂຫຍດ, ມີລັກສະນະບຸກເບີກ ແລະ ກ້າວໜ້າ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/01/2024